"ບັນຊີລາຍຊື່ສານຕ້ອງຫ້າມ" ແມ່ນຖຶກເຜີຍແຜ່ໂດຍອົງການຕ້ານສານຕ້ອງຫ້າມໂລກ "WADA" ໃນທຸກໆປີ ເຊີ່ງໄດ້ກຳນົດສານ ແລະ ວິທີການຕ້ອງຫ້າມທັງໃນ ແລະ ນອກເວລາ ການແຂ່ງຂັນ, ແລະ ສານທີ່ຫ້າມໃຊ້ສະເພາະໃນບາງປະເພດກິລາ. ລວມເຖີງສານທີ່ກໍ່ໃຫ້ເກີດການລະເມີດ. ລາຍຊື່ສານຕ້ອງຫ້າມ ແລະ ວິທີການຕ້ອງຫ້າມຕ່າງໆແມ່ນໄດ້ປັບປຸງເປັນປະຈຳໃນທຸກໆປີ ເຊີ່ງທາງອົງການຕ້ານສານຕ້ອງຫ້າມໂລກ "WADA" ແລະ ຈະມີຜົນບັງຄັບໃຊ້ໃນວັນທີ 1 ເດືອນ ມັງກອນ ຂອງ ທຸກໆປີ
ກະລຸນາເຂົ້າໄປເບີ່ງຂໍ້ມູນທີ່ເວັບໄຊ ຂອງ WADA ນີ້ (The Prohibited List | World Anti Doping Agency) ເພື່ອກວດສອບເບີ່ງລາຍຊື່ສານຕ້ອງຫ້າມ
ສານ ແລະ ວິທີການໃດໆກໍຕາມ ທີ່ກົງຕາມຫຼັກເກນດັ່ງຕໍ່ໄປນີ້ ອາດລວມຢູ່ໃນລາຍຊື່ສານຕ້ອງຫ້າມໄດ້:
1. ພົບຢູ່ໃນເງື່ອນໄຂ ສອງໃນສາມຫຼັກການລູ່ມນີ້:
- ມີສັກາຍະພາບໃນການເພີ່ມໃນການຫຼີ້ນກິລາ
- ການໃຊ້ທີ່ສະແດງເຖີງຄວາມສ່ຽງຕໍ່ດ້ານສຸຂະພາບຈິງ ແລະ ອາດເກີດຂື້ນໄດ້
- ການໃຊ້ດັ່ງກ່າວແມ່ນຂັດຕໍ່ເຈດຕະນາລົມຂອງກິລາ
2. ເພີ່ມທ່າແຮງໃນການປົກປິດການໃຊ້ສານຕ້ອງຫ້າມອື່ນໆ ແລະ ວິທີການຕ້ອງຫ້າມ



