ກອງປຊຸມວຽກງານຕ້ານສານຕ້ອງຫ້າມປະຈຳປີ ຂອງອົງການຕ້ານສານຕ້ອງຫ້າມແຫ່ງປະເທດ ສ. ເກົາຫຼີ ໄດ້ຈັດຂື້ນວັນທີ 2 ທັນວາ 2025


ກອງປຊຸມວຽກງານຕ້ານສານຕ້ອງຫ້າມປະຈຳປີ ຂອງອົງການຕ້ານສານຕ້ອງຫ້າມແຫ່ງປະເທດ ສ. ເກົາຫຼີ ໄດ້ຈັດຂື້ນວັນທີ 2 ທັນວາ 2025


ໃນຕອນບ່າຍວັນທີ 11 ມິຖຸນາ 2025 ທີ່ຫ້ອງການຕ້ານສານຕ້ອງຫ້າມໃນກິລາແ່ຫງຊາດລາວ, ໄດ້ມີກອງປະຊຸມສົນທະນາ ແລະ ລາຍງານໜ້າວຽກສຳຄັນທີ່ຕິດພັນກັບບັນດາໜ້າວຽກຂອງອົງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ "NADO" ໂດຍແມ່ນ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງໜ້າກົມຮ່ວມມືກັບຕ່າງປະເທດ ທັງເປັນຜູ້ຊ່ວຍຫົວໜ້າກົມ ໃນດ້ານວຽກງານຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ.


ກົມຮ່ວມມືກັບຕ່າງປະເທດ ໄດ້ຈັັດພິທີຮັບສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ ຄື: ສະຫາຍ ອຸດົງ ປິ່ນຍະສອນສັກ ແລະ ສະຫາຍ ນາງ ວິໄລສອນ ເລື່ອງ, ພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 5 ມິຖຸນາ 2025 ໂດຍ ໃຫ້ກຽດການເປັນປະທ່ານ ກິ່ງມະໂນ ພົມມະຫາໄຊ, ກຳມະການພັກກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ ປອ ນາງ ສິລິນທອນ ສັກລໍຄຳ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມຮ່ວມມືກັບຕ່າງປະເທດ ມີບັນດາຜູ້ແທນຈາກໜ່ວຍພັກອ້ອມຂ້າງກະຊວງ ແລະ ບັນດາສະມາຊິກພັກ ສົມບູນ ແລະ ສະມາຊິກພັກສຳຮອງເຂົ້າຮ່ວມຈາກໜ່ວຍພັກຮາກຖານກົມຮ່ວມມືກັບຕ່າງປະເທດເຂົ້າຮ່ວມພິທີຢ່າງພ້ອມພຽງ


ໃນວັນທີ 1 ມິຖຸນາ ຜ່ານມາ ທ່ານ ຫົວໜ້າ, ຮອງກົມຮ່ວມມືກັບຕ່າງປະເທດ ພ້ອມດ້ວຍພະນັກງານວິຊາການ ໄດ້ເຂົ້າຮ່ວມກິດຈະກຳວັນປູກຕົ້ນໄມ້ແຫ່ງຊາດ ທີ່ໄດ້ໂຮງຮຽນເຕັກນິກວິຊາຊີບການລົດໄຟ


ໃນວັນທີ 28 ພຶດສະພາ 2025 ທີ່ ຫ້ອງປະຊຸມ ຊັ້ນ III (ເຂດສະໜາມກິລາເຈົ້າ ອານຸວົງ) ຫ້ອງການຕ້ານສານຕ້ອງຫ້າມໃນກິລາແ່ຫງຊາດລາວ "Lao NADO" ຈັດກອງປະຊຸມເຜີຍແຜ່ ແລະ ແລກປ່ຽນບົດຮຽນດ້ານວຽກງານສານຕ້ອງຫ້າມໃນກິລາ ໃຫ້ແກ່ຜູ້ບໍລິຫານກິລາແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກອງປະຊຸມດັ່ງກ່າວໃຫ້ກຽດການເປັນປະທານ ຂອງ ທ່ານ ຮສ. ປອ. ນາງ ສີລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນຜູ້ຊີ້ນຳວຽກງານຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ, ມີບັນດາແຂກຖືກເຊີນຈາກ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຜູ້ຕ່າງໜ້າຈາກ ກົມກິລາ ລະດັບສູງ, ກົມກິລາມວນຊົນ ພາລະ ແລະ ສິລະປະສຶກສາ ພ້ອມດ້ວຍຜູ້ບໍລິຫານງານສະຫະພັນກິລາແຫ່ງຊາດລາວ ຈຳນວນ 16 ສະຫະພັນ. (ບັນດາສະຫະພັນເປົ້າໝາຍ ທີ່ມີຄວາມສ່ຽງສູງໃນການລະເມີດກົດລະບຽບຕ້ານສານຕ້ອງຫ້າມ) ເຊີ່ງກອງປະຊຸມແມ່ນໄດ້ເນັ້ນໃນການປະສານງານພົວພັນແຕ່ລະພາກສ່ວນເພື່ອວາງແຜນໃນການຈັດຕັ້ງປະຕິບັດກິດຈະກຳວຽກງານສານຕ້ອງຫ້າມໃຫ້ໄດ້ມີປະສິດທິພາບໃຫ້ດີຂື້ນໃນຕໍ່ໜ້າ.


