ໃນວັນທີ 28 ພຶດສະພາ 2025 ທີ່ ຫ້ອງປະຊຸມ ຊັ້ນ III (ເຂດສະໜາມກິລາເຈົ້າ ອານຸວົງ) ຫ້ອງການຕ້ານສານຕ້ອງຫ້າມໃນກິລາແ່ຫງຊາດລາວ "Lao NADO" ຈັດກອງປະຊຸມເຜີຍແຜ່ ແລະ ແລກປ່ຽນບົດຮຽນດ້ານວຽກງານສານຕ້ອງຫ້າມໃນກິລາ ໃຫ້ແກ່ຜູ້ບໍລິຫານກິລາແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກອງປະຊຸມດັ່ງກ່າວໃຫ້ກຽດການເປັນປະທານ ຂອງ ທ່ານ ຮສ. ປອ. ນາງ ສີລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນຜູ້ຊີ້ນຳວຽກງານຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ, ມີບັນດາແຂກຖືກເຊີນຈາກ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຜູ້ຕ່າງໜ້າຈາກ ກົມກິລາ ລະດັບສູງ, ກົມກິລາມວນຊົນ ພາລະ ແລະ ສິລະປະສຶກສາ ພ້ອມດ້ວຍຜູ້ບໍລິຫານງານສະຫະພັນກິລາແຫ່ງຊາດລາວ ຈຳນວນ 16 ສະຫະພັນ. (ບັນດາສະຫະພັນເປົ້າໝາຍ ທີ່ມີຄວາມສ່ຽງສູງໃນການລະເມີດກົດລະບຽບຕ້ານສານຕ້ອງຫ້າມ) ເຊີ່ງກອງປະຊຸມແມ່ນໄດ້ເນັ້ນໃນການປະສານງານພົວພັນແຕ່ລະພາກສ່ວນເພື່ອວາງແຜນໃນການຈັດຕັ້ງປະຕິບັດກິດຈະກຳວຽກງານສານຕ້ອງຫ້າມໃຫ້ໄດ້ມີປະສິດທິພາບໃຫ້ດີຂື້ນໃນຕໍ່ໜ້າ.





