ກອງປະຊຸມເຜີຍແຜ່ ແລະ ແລກປ່ຽນບົດຮຽນດ້ານວຽກງານສານຕ້ອງຫ້າມ

ໃນວັນທີ 28 ພຶດສະພາ 2025 ທີ່ ຫ້ອງປະຊຸມ ຊັ້ນ III (ເຂດສະໜາມກິລາເຈົ້າ ອານຸວົງ) ຫ້ອງການຕ້ານສານຕ້ອງຫ້າມໃນກິລາແ່ຫງຊາດລາວ "Lao NADO" ຈັດກອງປະຊຸມເຜີຍແຜ່ ແລະ ແລກປ່ຽນບົດຮຽນດ້ານວຽກງານສານຕ້ອງຫ້າມໃນກິລາ ໃຫ້ແກ່ຜູ້ບໍລິຫານກິລາແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກອງປະຊຸມດັ່ງກ່າວໃຫ້ກຽດການເປັນປະທານ ຂອງ ທ່ານ ຮສ. ປອ. ນາງ ສີລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນຜູ້ຊີ້ນຳວຽກງານຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ, ມີບັນດາແຂກຖືກເຊີນຈາກ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຜູ້ຕ່າງໜ້າຈາກ ກົມກິລາ ລະດັບສູງ, ກົມກິລາມວນຊົນ ພາລະ ແລະ ສິລະປະສຶກສາ ພ້ອມດ້ວຍຜູ້ບໍລິຫານງານສະຫະພັນກິລາແຫ່ງຊາດລາວ ຈຳນວນ 16 ສະຫະພັນ.  (ບັນດາສະຫະພັນເປົ້າໝາຍ ທີ່ມີຄວາມສ່ຽງສູງໃນການລະເມີດກົດລະບຽບຕ້ານສານຕ້ອງຫ້າມ) ເຊີ່ງກອງປະຊຸມແມ່ນໄດ້ເນັ້ນໃນການປະສານງານພົວພັນແຕ່ລະພາກສ່ວນເພື່ອວາງແຜນໃນການຈັດຕັ້ງປະຕິບັດກິດຈະກຳວຽກງານສານຕ້ອງຫ້າມໃຫ້ໄດ້ມີປະສິດທິພາບໃຫ້ດີຂື້ນໃນຕໍ່ໜ້າ.

WhatsApp Image 2025 05 28 at 12.06.38 PMWhatsApp Image 2025 05 28 at 12.57.52 PMWhatsApp Image 2025 05 28 at 12.57.54 PM

Speak Up

Help us protect the clean athlete and the integrity of sport. Every time someone steps forward with information on doping, we move closer to a clean and fair playing field for all. We know that coming forward with sensitive information is a big decision – one that you would not enter into lightly. We applaud the courage and conviction required to raise concerns about cheating. You have chosen to put your trust in us and we take this very seriously. This website is a secure way for you to report activity that you think goes against anti-doping rules.

Drag and drop files here or Browse

Partners


SEARADO

wada logo en DCAT