ກົມຮ່ວມມືກັບຕ່າງປະເທດ ໄດ້ຈັັດພິທີຮັບສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ ຄື: ສະຫາຍ ອຸດົງ ປິ່ນຍະສອນສັກ ແລະ ສະຫາຍ ນາງ ວິໄລສອນ ເລື່ອງ, ພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 5 ມິຖຸນາ 2025 ໂດຍ ໃຫ້ກຽດການເປັນປະທ່ານ ກິ່ງມະໂນ ພົມມະຫາໄຊ, ກຳມະການພັກກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ ປອ ນາງ ສິລິນທອນ ສັກລໍຄຳ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມຮ່ວມມືກັບຕ່າງປະເທດ ມີບັນດາຜູ້ແທນຈາກໜ່ວຍພັກອ້ອມຂ້າງກະຊວງ ແລະ ບັນດາສະມາຊິກພັກ ສົມບູນ ແລະ ສະມາຊິກພັກສຳຮອງເຂົ້າຮ່ວມຈາກໜ່ວຍພັກຮາກຖານກົມຮ່ວມມືກັບຕ່າງປະເທດເຂົ້າຮ່ວມພິທີຢ່າງພ້ອມພຽງ




